#ໂກງເອົາເງິນເປັນປາຣາຊຶກ ບໍ່ແມ່ນນິດສັກຄີຍະປາຈິດຕີ (ປາຣາຊຶກຂໍ້ຖືເອົາຊັບອັນເຈົ້າຂອງບໍ່ໄດ້ໃຫ້)
- ຖ້າພຣະຢູ່ຊື່ໆແລ້ວມີຄົນເອົາເງິນມາໃຫ້ ພຣະຮັບ ຫຼື ຍິນດີເງິນທອງທີ່ເຂົາເກັບເອົາໄວ້ໃຫ້ ແບບນີ້ເອີ້ນວ່າ ອາບັດ ນິດສັກຄີຍະປາຈິດຕີ ແຕ່ຖ້າພຣະບໍ່ໄດ້ຢູ່ຊື່ໆ ແຕ່ມີການກະທຳຢ່າງອື່ນປະກອບ ...
- ຕົວຢ່າງ (1) ມີຄົນຖາມພຣະວ່າ ເອົາເງິນຖວາຍພຣະຜິດບໍ່ ພຣະອົງນັ້ນຕອບວ່າບໍ່ຜິດ ຖວາຍໂລດ ແລ້ວຄົນນັ້ນກໍເອົາເງິນຖວາຍໃຫ້ພຣະອົງນັ້ນ ແບບນີ້ເອີ້ນວ່າ ປາຣາຊຶກໂດຍການຖືເອົາຊັບອັນເຈົ້າຂອງບໍ່ໄດ້ໃຫ້ ເພາະຄວາມເປັນຈິງແລ້ວ ພຣະຮັບເງິນແມ່ນຜິດ ແຕ່ພັດໄປເວົ້າບໍ່ກົງກັບຄວາມເປັນຈິງ ເພື່ອໃຫ້ເຂົາເອົາຊັບໃຫ້ ການກະທຳແບບນີ້ເອີ້ນວ່າ "ໂກງ" ຊຶ່ງມີຄວາມໝາຍວ່າຫຼອກແລ້ວເອົາ ແຕ່ຖ້າຜູ້ນັ້ນບໍ່ໄດ້ໃຫ້ເງິນ ເຖິງແມ່ນພຣະຊິເວົ້າກະຕາມ ບໍ່ເປັນອາບັດປາຣາຊຶກ ເພາະບໍ່ມີການໃຫ້ - ການຮັບ
- ຕົວຢ່າງ (2) ພຣະເປີດຮັບບໍລິຈາກ ອ້າງວ່າຈະເອົາໄປຊ່ວຍເຫຼືອ ທ້າວ (ກ) ທີ່ເຮືອນລາວຖືກໄຟໄໝ້ ແຕ່ບໍ່ໄດ້ເອົາໄປໃຫ້ໝົດ ຫັກເອົາບາງສ່ວນ ເທົ່າກັບຫຼືຫຼາຍກວ່າ 5 ມາສົກຂຶ້ນໄປ ເປັນປາຣາຊຶກ ເພາະບໍ່ໄດ້ເຮັດຕາມທີ່ປະກາດໄວ້ ເປັນການໂກຫົກຫຼອກລວງ ເພື່ອໃຫ້ໄດ້ຊັບມາໂດຍບໍ່ຖືກຕ້ອງ
- ຕົວຢ່າງ (3) ພຣະຮູ້ຢູ່ວ່າ ສິ່ງນີ້ເຂົາຖວາຍສົງ ເປັນສັງຂະທານ ແຕ່ກໍຢາກໄດ້ມາເປັນຂອງຕົນເອງ ແຄ່ຈັບແລ້ວຍົກຂຶ້ນໃຫ້ພົ້ນຈາກພື້ນ (ໃຫ້ເຄື່ອນຈາກຖານ) ເປັນປາຣາສຶກ ບໍ່ຈຳເປັນຕ້ອງລໍໃຫ້ເຖິງກຸຕິກ່ອນ ອາບັດສຳເລັດແລ້ວ
จริงอยู่ ภิกษุรูปใดรูปหนึ่ง แอบทำโจรกรรมมีการตัดที่ต่อเป็นต้นลักทรัพย์ซึ่งมีเจ้าของ ในเวลากลางคืนหรือกลางวัน หรือหลอกลวงฉ้อเอาด้วยเครื่องตวงโกง และกหาปณะปลอมเป็นต้น, อวหารของภิกษุรูปนั้นนั่นแลผู้ถือเอาทรัพย์นั้น พึงทราบว่า เป็นเถยยาวหาร
ส่วนความประกอบอำนาจเอกภัณฑะ พึงทราบดังนี้ :- ทาสก็ดีสัตว์ดิรัจฉานก็ดี ซึ่งมีเจ้าของ ภิกษุตู่เอาก็ดี ลักไปก็ดี ฉ้อไปก็ดี ให้อิริยาบถกำเริบก็ดี ให้เคลื่อนจากฐานก็ดี ให้ก้าวล่วงเลยที่กำหนดไปก็ดี โดยนัยมีตู่เอาเป็นต้น ตามที่กล่าวแล้ว นี้เป็นความประกอบด้วยอำนาจเอกภัณฑะ ในบทว่าอาทิเยยฺย เป็นต้นนี้
[ เถยยาวหารปัญจกะ มีอวหาร ๕ อย่าง ] เถยยาวหารปัญจกะ เป็นไฉน ? คือ เถยยาวหารปัญจกะ มีอวหารแม้อื่นอีก ๕ อย่าง ดังนี้ คือ เถยยาวหาร ลักด้วยความเป็นขโมย ๑ ปสัยหาวหาร ลักด้วยความกดขี่ ๑ ปริกัปปาวหาร ลักตามความกำหนดไว้ ๑ ปฏิจฉันนาวหาร ลักด้วยอิริยาปกปิด ๑ กุสาวหาร ลักด้วยการสับเปลี่ยนสลาก ๑
- ຄຳວ່າ ຖືເອົາຊັບອັນເຈົ້າຂອງບໍ່ໄດ້ໃຫ້ ບໍ່ໄດ້ໝາຍຄວາມວ່າ ຕ້ອງເປັນການຂະໂມຍທີ່ເຫັນທົ່ວໄປເທົ່ານັ້ນ ຢ່າໄປຫຼົງກັບຕົວອັກສອນ) ແຕ່ໝາຍລວມໄປເຖິງ ການກະທຳໃດໆ ທີ່ໄດ້ຊັບມາໂດຍບໍ່ຖືກຕ້ອງຕາມທັມ ບໍ່ວ່າຈະເປັນ ການລັກ, ໂກງ, ຊິງຊັບ, ຍັກຍອກຊັບ, ບັງຄັບໃຫ້ຜູ້ອື່ນເອົາຊັບໃຫ້ ... ມີຫຼາກຫຼາຍຄຳທີ່ໃຊ້ເອີ້ນ ບໍ່ວ່າຈະເອີ້ນໄປໃສກໍຕາມ ລ້ວນແລ້ວແຕ່ນອນຢູ່ໃນຄວາມໝາຍທີ່ວ່າ "ຖືເອົາຊັບອັນເຈົ້າຂອງບໍ່ໄດ້ໃຫ້" ທັງນັ້ນ ຄຳນີ້ຄອບຄຸມໄວ້ໝົດແລ້ວ.