#ເລື່ອງຜູ້ສັ່ງຂ້າແລະຜູ້ຮັບສັ່ງໃຜບາບຫຼາຍກວ່າກັນ ທຽບພຣະສູດໃນພຣະໄຕປິດົກ

ໂດຍພື້ນຖານແລ້ວ ບໍ່ວ່າ ຜູ້ສັ່ງຂ້າ ສັ່ງເຈາະຈົງຕົວ ຫຼື ບໍ່ເຈາະຈົງຕົວກໍຕາມ ຜູ້ຮັບສັ່ງ ກະທຳຢ່າງນັ້ນ ເປັນປານາຕິບາດ ທັງຜູ້ສັ່ງ ແລະ ຜູ້ຮັບສັ່ງ ບໍ່ວ່າຈະຂ້າດ້ວຍມືຕົນເອງ ຫຼືສັ່ງໃຫ້ຄົນອື່ນຂ້າ ກໍລ້ວນແຕ່ເປັນປານາຕິບາດ.

...ปาณาติบาตนั้น มีประโยค ๖ คือ ๑. สาหัตถิกประโยค ประโยคที่ฆ่าด้วยมือตนเอง ๒. อาณัตติกประโยค ประโยคที่สั่งให้คนอื่นฆ่า ๓. นิสสัคคิยประโยค ประโยคที่ฆ่าด้วยอาวุธที่ชัดไป ๔. ถาวรประโยค ประโยคที่ฆ่าด้วยอุปกรณ์ที่อยู่กับที่ ๕. วิชชามยประโยค ประโยคที่ฆ่าด้วยวิชา ๖. อิทธิมยประโยค ประโยคที่ฆ่าด้วยฤทธิ์...

...บทว่า อธิฏฺฐิหิตฺวา ได้แก่ ยืนอยู่ในที่ใกล้ บทว่า อาณาเปติ ได้แก่ ภิกษุผู้สั่ง สั่งเจาะตัวหรือไม่เจาะตัว บรรดาการสั่งเจาะตัวไม่เจาะตัวนั้นครั้นหมู่เสนาฝ่ายข้าศึก ปรากฏขึ้นเฉพาะแล้ว เมื่อภิกษุผู้สั่ง สั่งไม่เจาะตัวเลยว่า เธอจงแทงอย่างนี้ จงประหารอย่างนั้น จงฆ่าอย่างนี้ เป็นปาณาติบาตแก่เธอทั้ง ๒ รูป...

...แต่เมื่อภิกษุผู้สั่ง สั่งเจาะตัวว่า เธอจงแทง จงประหารจงฆ่านักรบคนนั้น ผู้สั่ง ต่ำ มีเสื้อสีแดง มีเสื้อสีเขียวซึ่งนั่งอยู่บนคอช้าง (หรือ) นั่งอยู่ตรงกลาง (หลังช้าง) ถ้าภิกษุผู้รับสั่งนั้นฆ่านักรบคนนั้นนั่นเอง เป็นปาณาติบาตแม้ด้วยกันทั้ง ๒ รูป...

ດັ່ງນັ້ນ ຈະເຫັນໄດ້ວ່າ ບໍ່ວ່າຈະເປັນ ຜູ້ສັ່ງຂ້າ ຫຼື ຜູ້ຮັບສັ່ງ ຍ່ອມໄດ້ບາບເທົ່າກັນ ຄື ປານາຕິບາດ ເຊັ່ນ ຖ້າທ້າວ (ກ) ສັ່ງ ທ້າວ (ຂ) ໃຫ້ໄປຂ້າທ້າວ (ຄ) ແລ້ວ ທ້າວ (ຂ) ກໍເຮັດແບບນັ້ນ ທັງທ້າວ (ກ) ແລະ ທ້າວ (ຂ) ຍ່ອມໄດ້ບາບເທົ່າກັນໃນການຂ້າຄົນ ແຕ່ກໍມີລາຍລະອຽດເພີ່ມເຕີມດັ່ງນີ້ ...

ຖ້າທ້າວ (ກ) ສັ່ງ ທ້າວ (ຂ) ໃຫ້ໄປຂ້າທ້າວ (ຄ) ແລະກໍສັ່ງທ້າວ (ຈ) ໃຫ້ໄປຂ້າທ້າວ (ງ) ແລ້ວ ຜູ້ຮັບສັ່ງກໍເຮັດແບບນັ້ນ ໃນກໍລະນີນີ້ ທ້າວ (ກ) ຈະໄດ້ບາບ 2 ກັມ ເພາະສັ່ງໃຫ້ຂ້າ 2 ຄົນ ສ່ວນທ້າວ (ຂ) ແລະ ທ້າວ (ຈ) ໄດ້ບາບຄົນລະກັມ ເພາະຂ້າຄົນລະ 1 ຄົນ ເພາະການກະທຳນັ້ນ ນັບຈຳນວນຂອງຜູ້ຖືກກະທຳນຳ ອັນນີ້ເປັນກໍລະນີເຈາະຈົງ ແຕ່ຖ້າບໍ່ເຈາະຈົງ ເຊັ່ນ ຜູ້ສັ່ງ ສັ່ງໃຫ້ໄປຂ້າຂ້າເສິກ ຜູ້ຮັບສັ່ງຂ້າໄດ້ຫຼາຍເທົ່າໃດ ຜູ້ສັ່ງກໍໄດ້ເທົ່ານັ້ນ.

...สั่งไม่เจาะตัวเลยว่า เธอจงแทงอย่างนี้ จงประหารอย่างนั้น จงฆ่าอย่างนี้ เป็นปาณาติบาตแก่เธอทั้ง ๒ รูป มีประมาณเท่าจำนวนข้าศึกที่ภิกษุผู้รับสั่งฆ่า...

...ก็บุคคลผู้ชักชวน เมื่อชักชวนคน ๑๐๐ คน ในกรรมมีปาณาติบาตเป็นต้น ย่อมได้อกุศลเท่ากันกับอกุศลของคนผู้ถูกชักชวนแม้ทั้งหมดนั้น เพราะเหตุนั้น พระผู้มีพระภาคเจ้าจึงตรัสว่า คนเหล่านั้นทั้งหมดย่อมประสบกรรมมิใช่บุญเป็นอันมาก...

ຍັງມີລາຍລະອຽດເພີ່ມອີກ ຖ້າທ້າວ (ກ) ສັ່ງທ້າວ (ຂ) ໄປຂ້າທ້າວ (ຄ) ແຕ່ທ້າວ (ຄ) ພັດເປັນມານດາຫຼືບິດາຂອງທ້າວ (ກ) ກໍລະນີນີ້ເປັນອະນັນຕະລິຍະກຳແກ່ທ້າວ (ກ) ເທົ່ານັ້ນ ແຕ່ທ້າວ (ຂ) ນັ້ນບາບໃນສ່ວນຂ້າມານດາຫຼືບິດາຂອງທ້າວ (ກ) ແລະເຊັ່ນດຽວກັນ ຖ້າຜູ້ຮັບສັ່ງ ໄປຂ້າມານດາຫຼືບິດາຂອງຕົນ ເປັນອະນັນຕະລິຍະກຳແກ່ຜູ້ຮັບສັ່ງເທົ່ານັ້ນ ບໍ່ເປັນອະນັນຕະລິຍະກຳແກ່ຜູ້ສັ່ງ.

...บรรดาภิกษุผู้สั่งและผู้รับสั่งนั้น ถ้าภิกษุผู้สั่งมีมารดาและบิดาอยู่ด้วย เธอผู้สั่ง ย่อมต้อง อนันตริยกรรมด้วย ถ้ามีพระอรหันต์อยู่ด้วย เธอแม้ทั้ง ๒ รูป ย่อมต้อง อนันตริยกรรมด้วย ถ้าภิกษุผู้รับสั่งเท่านั้นมีมารดาและบิดาอยู่ (ในสนามรบ) ภิกษุผู้รับสั่งเท่านั้นแล ย่อมต้องอนันตริยกรรม...

ເປັນຫຍັງມານດາບິດາ ຈຶ່ງເປັນປັດໄຈສົ່ງຜົນຫຼາຍຕໍ່ຜູ້ກະທຳ ເພາະວ່າມານດາບິດາເປັນຜູ້ມີຄຸນໂດຍສ່ວນຕົວຂອງຜູ້ກະທຳ (ທຽບຄຽງໃນທັກສິນາວິພັງຄະສູດ)

ຍົກຕົວຢ່າງ ໃຫ້ທານໃນສັດເດຍລະສານ ພຶ່ງຫວັງຜົນທັກສິນາໄດ້ຮ້ອຍເທົ່າ ... ແຕ່ຖ້າໃຫ້ໃນປຸຖຸຊົນຜູ້ມີສິນ ພຶ່ງຫວັງຜົນທັກສິນາໄດ້ແສນເທົ່າ ... ໃຫ້ໃນບຸກຄົນພາຍນອກ ຜູ້ປາສະຈາກຄວາມກຳໜັດໃນກາມ ພຶ່ງຫວັງຜົນທັກສິນາໄດ້ແສນໂກດເທົ່າ ໃຫ້ໃນທ່ານຜູ້ປະຕິບັດເພື່ອທຳໂສດາປະຕິຜົນໃຫ້ແຈ້ງ ພຶ່ງຫວັງທັກສິນາຈະນັບບໍ່ໄດ້ ຈະປະມານບໍ່ໄດ້ ... ຖ້າພິກຂຸຂ້າສັດເດຍລະສານອາບັດປາຈິດຕີ ແຕ່ຖ້າຂ້າມະນຸດເປັນປາຣາຊຶກ ມັນມີລະດັບຄວາມຕ່າງຢູ່ ເພາະຄວາມຕ່າງໃນບຸກຄົນເປັນປັດໄຈ.

ຍັງມີລາຍລະອຽດເພີ່ມເຕີມອີກ ຖ້າທ້າວ (ກ) ສັ່ງທ້າວ (ຂ) ໃຫ້ໄປຂ້າທ້າວ (ສ) ແຕ່ທ້າວ (ຂ) ພັດໄປຂ້າຄົນອື່ນທີ່ບໍ່ແມ່ນທ້າວ (ສ) ກໍລະນີນີ້ ເປັນປານາຕິບາດແກ່ຜູ້ຮັບສັ່ງເທົ່ານັ້ນ ບໍ່ເປັນປານາຕິບາດແກ່ຜູ້ສັ່ງ ເພາະຜູ້ຮັບສັ່ງໄປຂ້າຄົນອື່ນ.

...แต่เมื่อภิกษุผู้สั่ง สั่งเจาะตัวว่าเธอจงแทง จงประหารจงฆ่านักรบคนนั้น ผู้สั่ง ต่ำ มีเสื้อสีแดง มีเสื้อสีเขียวซึ่งนั่งอยู่บนคอช้าง (หรือ) นั่งอยู่ตรงกลาง (หลังช้าง), ถ้าภิกษุผู้รับสั่งนั้นฆ่านักรบคนนั้นนั่นเอง เป็นปาณาติบาตแม้ด้วยกันทั้ง ๒ รูป และในเรื่องแห่งอนันตริยกรรม ย่อมต้องอนันตริยกรรมด้วยกันทั้ง ๒ รูป ถ้าภิกษุผู้รับสั่งฆ่าคนอื่นตาย ปาณาติบาต ย่อมไม่มีแก่ภิกษุผู้สั่ง...

ຍັງມີອີກ ຖ້າໃນຜູ້ສັ່ງຂ້າແລະຜູ້ຮັບສັ່ງ (ຄູ່ທີ 1) ມີພຣະອໍຣະຫັນຕາຍ ກັບອີກຄູ່ໜຶ່ງ (ຄູ່ທີ 2) ມີມານດາຫຼືບິດາຂອງຜູ້ສັ່ງເທົ່ານັ້ນຕາຍ ລະຫວ່າງ 2 ຄູ່ນີ້ ຄູ່ໃດມີບາບຫຼາຍກວ່າກັນ ? ຕອບວ່າ ຄູ່ທີ 1 ມີບາບຫຼາຍກວ່າ ເພາະເປັນອະນັນຕະລິຍະກຳທັງສອງຄົນ ສ່ວນຄູ່ທີ 2 ເປັນອະນັນຕະລິຍະກຳພຽງຄົນດຽງ.

...บรรดาภิกษุผู้สั่งและผู้รับสั่งนั้น ถ้าภิกษุผู้สั่งมีมารดาและบิดาอยู่ด้วย เธอผู้สั่ง ย่อมต้อง อนันตริยกรรมด้วย ถ้ามีพระอรหันต์อยู่ด้วย เธอแม้ทั้ง ๒ รูป ย่อมต้อง อนันตริยกรรมด้วย ถ้าภิกษุผู้รับสั่งเท่านั้นมีมารดาและบิดาอยู่ (ในสนามรบ) ภิกษุผู้รับสั่งเท่านั้นแล ย่อมต้องอนันตริยกรรม...

ຈາກການອ້າງອີງຂ້າງຕົ້ນນີ້ ລະຫວ່າງຜູ້ສັ່ງຂ້າ ແລະ ຜູ້ຮັບສັ່ງ ນັ້ນ ໃຜໄດ້ບາບຫຼາຍກວ່າກັນ ອັນນີ້ກໍຂຶ້ນຢູ່ກັບລາຍລະອຽດຂອງແຕ່ລະກໍລະນີ ໂດຍມີປັດໄຈໃນເລື່ອງຂອງ ຈຳນວນຜູ້ຖືກກະທຳ ແລະ ຜູ້ຖືກກະທຳນັ້ນເປັນຄົນມີຄຸນໂດຍສ່ວນຕົວ ເຊັ່ນ ເປັນມານດາບິດາຂອງຕົນເອງ ຫຼື ໂດຍສ່ວນລວມ ເຊັ່ນ ເປັນພຣະອໍຣະຫັນ ຫຼືບໍ່ ຍັງບໍ່ນັບລວມລາຍລະອຽດອື່ນໆ ແຕ່ໂດຍພື້ນຖານແລ້ວກໍບາບພໍໆກັນ.

ກະທູ້ທີ່ກ່ຽວຂ້ອງ :  #ປານາຕິບາດມີ 6 ທາງ ຂ້າດ້ວຍມືຕົນເອງ ສັ່ງໃຫ້ຄົນອື່ນຂ້າ ຂ້າດ້ວຍອາວຸດທີ່ຊັດໄປ ຂ້າດ້ວຍອຸປະກອນທີ່ຢູ່ກັບທີ່ ຂ້າດ້ວຍວິຊາ ຂ້າດ້ວຍຣິດ  #ເຮັດໃຫ້ຫຼຸລູກເປັນປານາຕິບາດ  #ກາລຸນຍະຄາດເປັນປານາຕິບາດ  #ສັ່ງຂ້າແຕ່ບໍ່ສຳເລັດບາບບໍ່ ?