#ເຈດີມີ 2 ປະເພດ ເຈດີທີ່ເປັນວັດຖຸ ແລະ ເຈດີທີ່ບໍ່ແມ່ນວັດຖຸ

- ເຈດີທີ່ເປັນວັດຖຸ : ທາດເຈດີ (ກະດູກພຣະພຸດທະເຈົ້າແລະພຣະອໍຣະຫັນທັງຫຼາຍ) ແລະ ປະຣິໂພກເຈດີ (ວັດຖຸຫຼືສະຖານທີ່ທີ່ຄວນເຄົາລົບບູຊາ ທີ່ພຣະພຸດທະເຈົ້າໄດ້ໃຊ້ສອຍ ເຊັ່ນ ຕົ້ນໂພທີຕັດສະຮູ້, ບາດ, ຈີວອນ, ສັງເວຊະນີຍະສະຖານ ເປັນຕົ້ນ) ເຈດີທີ່ເປັນວັດຖຸ ເປັນບຸນໂພຄະຊັບ ຫຼຸດພົ້ນບໍ່ໄດ້ ເຈດີວັດຖຸດຳລົງພຣະສາດສະໜາໄວ້ບໍ່ໄດ້ ແຕ່ກໍບໍ່ໃຫ້ປະໝາດ ຖ້າໄດ້ພົບເຫັນກໍທຳຄວາມເຄົາລົບບູຊາ ເຫັນເຈດີຮົກຮ້າງກໍທຳຄວາມສະອາດ
- ເຈດີທີ່ບໍ່ແມ່ນວັດຖຸ : ອຸດເທສິກະເຈດີ (ຄືການຍົກເອົາພຣະທັມຂຶ້ນສະແດງ) ທັມເຈດີ ດັ່ງທີ່ຕັດໄວ້ໃນທັມເຈຕິຍະສູດ ປະຕິບັດບູຊາຫຼືບູຊາດ້ວຍທັມເປັນເລີດ ພຣະພຸດທະເຈົ້າສັນລະເສີນ
ໝາຍເຫດ : ໃນນີ້ບໍ່ມີຮູບປັ້ນເຈດີ