#ຮູ້ທັນພຣະທາດປອມ ! ພຣະທາດເຈດີມີຫຼັງອະນຸປາທິເສສະນິບພານ
- ພຣະທາດເຈດີ ມີຫຼັງພຣະພຸດທະເຈົ້າປະຣິນິພານແລ້ວ ໃຫ້ເຮັດສະຖູບ ສ້າງເຈດີບັນຈຸໄວ້ບູຊາ ດັ່ງທີ່ ພຣະພຸດທະເຈົ້າປະຣິນິພານ ພຣະສາວົກປະຣິນິພານ ເຊັ່ນ ພຣະພາຫິຍະປະຣິນິພານ ພຣະປູຕິຄັດຕະຕິດສະປະຣິນິພານ ພຣະອານົນປະຣິນິພານ ເບິ່ງຕື່ມ ຖູປາຣະຫະບຸກຄົນ 4
- ປະຣິນິພານມີ 3 ຢ່າງ ຄື (1) ກິເລດປະຣິນິພານ ຫຼື ເອີ້ນວ່າ ສະອຸປາທິເສສະນິພານທາດ (ມີແລ້ວທີ່ໂພທິບັນລັງ) (2) ຂັນປະຣິນິພານ ຫຼື ຮຽກວ່າ ອະນຸປາທິເສສະນິພານທາດ (ໄດ້ມີທີ່ເມືອງກຸສິນາຣາ) (3) ທາດປະຣິນິພານ (ຈະມີໃນອະນາຄົດ)
- ດັ່ງນັ້ນ ພຣະທາດໃນຄວາມໝາຍນີ້ ຊິເອົາມາເປັນເຈດີ ສ້າງສະຖູບບັນຈຸໄວ້ໄດ້ກໍຕໍ່ເມື່ອ ຫຼັງອະນຸປາທິເສສະນິພານເທົ່ານັ້ນ (ຫຼື ຂັນປະຣິນິພານ) ຫຼັງທຳຊາປະນະກິດ ຜ່ານເຕໂຊທາດແລ້ວເທົ່ານັ້ນ ສົມເຫດຜົນ ເພາະເຜົາແລ້ວຈຶ່ງມີກະດູກໃຫ້ເກັບ ສົມຈິງດັ່ງທີ່ພຣະພຸດທະເຈົ້າຕຣັດໄວ້ວ່າ ...