#ວ່າດ້ວຍການອ້າງອີງພຣະສູດທີ່ບໍ່ສອດຄ່ອງກັບຄວາມເປັນຈິງ ເພື່ອເປັນຂໍອ້າງ
...[๑๑๓] ดูก่อนภิกษุทั้งหลาย ภิกษุในธรรมวินัยนี้ พึงกล่าวอย่างนี้ว่า ผู้มีอายุทั้งหลาย ข้อนี้ข้าพเจ้าได้สดับมา ได้รับมาเฉพาะพระพักตร์ พระผู้มีพระภาคเจ้าว่า นี้เป็นธรรม นี้เป็นวินัย นี้เป็นคำสอนของพระศาสดาพวกเธอไม่พึงชื่นชม ไม่พึงคัดค้านคำกล่าวของภิกษุนั้น ครั้นไม่ชื่นชม ไม่คัดค้านแล้ว พึงเรียนบทพยัญชนะเหล่านั้นให้ดีแล้ว สอบสวนในพระสูตรเทียบเคียงในพระวินัย ถ้าสอบสวนในพระสูตร เทียบเคียงในพระวินัย ลงในพระสูตรไม่ได้ เทียบเคียงในพระวินัยไม่ได้ พึงถึงความตกลงใจในข้อนี้ว่านี้ไม่ใช่คำสอนของพระผู้มีพระภาคเจ้าพระองค์นั้น และภิกษุนี้จำมาผิดแล้วแน่นอน ดังนั้น พวกเธอพึงทิ้งคำกล่าวนั้นเสีย...
ໃຫ້ພິຈາລະນາເຖິງເນື້ອຄວາມເປັນຫຼັກ ບໍ່ຍຶດເບິ່ງຕາມຕົວພະຍັນຊະນະຈົນເກີນໄປ ເພາະເນື້ອຄວາມເປັນທີ່ເພິ່ງໄດ້ ພະຍັນຊະນະບໍ່ໄດ້
[๒๗๘] ดูก่อนภิกษุทั้งหลาย โมฆบุรุษ บางพวกในพระธรรมวินัยนี้ ย่อมเล่าเรียนธรรม คือ สุตตะ เคยยะ เวยยากรณะ คาถา อุทานอิติวุตตกะ ชาดก อัพภูตธรรม เวทัลละ โมฆบุรุษเหล่านั้น เล่าเรียนธรรมนั้นแล้ว ย่อมไม่ไตร่ตรองเนื้อความแห่งธรรมเหล่านั้นด้วยปัญญา ธรรมเหล่านั้น ย่อมไม่ควรซึ่งการเพ่งแห่งโมฆบุรุษเหล่านั้น ผู้ไม่ไตร่ตรองเนื้อความด้วยปัญญา...
...ไม่พึงยึดพยัญชนะจนเกินไป ดำรงอยู่ในข้อแนะนำของอาจารย์ทั้งหลาย พิจารณาถึงเนื้อความด้วยประการฉะนี้ ด้วยว่า เนื้อความเป็นที่พึ่งได้ พยัญชนะไม่ได้...
ຕົວຢ່າງອ້າງເລື່ອງໃນພຣະໄຕປິດົກບໍ່ສອດຄ່ອງກັບຄວາມເປັນຈິງ ເຊັ່ນ ...
- ອ້າງການລອຍກະທົງ (ປະເພນີທາງໂລກ) ວ່າເປັນພຸດ ໂດຍເອົາເລື່ອງການໂຮຍດອກໄມ້ບູຊາພຣະພຸດທະເຈົ້າໃນຄັ້ງພຸດທະການມາອ້າງອີງ ແຕ່ໃນຄວາມເປັນຈິງກໍຄື ໃນເລື່ອງໂຮຍດອກໄມ້ ຫຼື ໂຍນດອກໄມ້ ຫຼື ແກວ່ງດອກໄມ້ ເຊັ່ນ ໃນເລື່ອງທ້າວມາລາການ ຕົວພຣະພຸດທະເຈົ້າຢູ່່ບ່ອນນັ້ນ ສ່ວນການເອົາສິ່ງຂອງໄປລອຍຖິ້ມໃນແມ່ນ້ຳ ຕົວພຣະພຸດທະເຈົ້າບໍໄດ້ຢູ່ໃນແມ່ນ້ຳ ດັ່ງນັ້ນ ການອ້າງອີງຈຶ່ງບໍ່ສອດຄ່ອງກັນ ແລະໃນຄວາມເປັນຈິງ ເວລາລອຍກະທົງ ເຂົາກໍບໍ່ໄດ້ລະນຶກເຖິງພຣະພຸດທະເຈົ້າດອກ
- ອຸທິດບຸນມີການຢາດນ້ຳ ໂດຍອ້າງອີງເລື່ອງພຣະເຈົ້າພິມພິສານໃຫ້ທານແລ້ວອຸທິດໃຫ້ຍາດທີ່ເປັນເປດ ແຕ່ຄວາມເປັນຈິງຄື ພຣະຣາຊາຊົງຖວາຍນ້ຳເປັນທານແລ້ວອຸທິດທັນທີ ບໍ່ແມ່ນຢາດນ້ຳລົງດິນທີຫຼັງ ດັ່ງນັ້ນ ຈຶ່ງບໍ່ສອດຄ່ອງ ປະກອບກັບເລື່ອງອື່ນໆນຳ ການອຸທິດບຸນ ກໍບໍ່ມີກ່າວໄວ້ວ່າມີການຢາດນ້ຳ
- ເອົາວັດຖຸຮູບປັ້ນມາເປັນທີ່ເພິ່ງ ໂດຍອ້າງອີງເລື່ອງ ພຣະທາດເຈດີ ປະຣິໂພກເຈດີ ແຕ່ຄວາມເປັນຈິງ ຄື ວັດຖຸຮູບປັ້ນ ກັບ ພຣະທາດເຈດີ ຫຼື ປະຣິໂພກເຈດີ ບໍ່ຄືກັນເລີຍ ແລະຍັງມີຫຼາຍພຣະສູດ ຫຼາຍເລື່ອງຫຼາຍ ທີ່ບໍ່ສອດຄ່ອງ ແຖມໃນປັດຈຸບັນ ຮູບປັ້ນກາຍເປັນທຸລະກິດພຣະເຄື່ອງໄປເລີຍ
- ໃນພຣະໄຕປິດົກ ມີການໂຮຍດອກໄມ້ ແຕ່ໂຮຍໃສ່ທັກຂິໄນຍະບຸກຄົນ ບໍ່ມີເລື່ອງໂຮຍໃສ່ພິກຂຸທີ່ບວດໃໝ່ ຫຼື ໂຮຍໃສ່ພິກຂຸທີ່ມາເດີນເປັນຂະບວນຢູ່ບົນທ້ອງຖະໜົນແບບນັ້ນ
ລະວັງ ການອ້າງເລື່ອງ ອ້າງພຣະສູດ ທີ່ບໍ່ສອດຄ່ອງກັບຄວາມເປັນຈິງ ຫຼື ອ້າງເພື່ອເປັນຂໍ້ອ້າງບາງຢ່າງ ເປັນການກ່າວຕູ່ພຣະພຸດທະເຈົ້າ ເປັນບາບ.