#ທັມ 5 ປະການຂອງຜູ້ປົກຄອງລັດ ຫົວໜ້າພວກ ຫຼື ຜຸ້ເປັນໃຫຍ່ໃນຕະກຸນ ທີ່ຫວັງໄດ້ຮັບຄວາມຈະເລີນຢ່າງດຽວ ບໍ່ມີເສື່ອມ
ໂພຄະຊັບທີ່ໄດ້ມາດ້ວຍຄວາມດຸໝັ່ນ ຄວາມຂະຫຍັນ ສະສົມຂຶ້ນດ້ວຍກຳລັງແຂນຂອງຕົນ ໄດ້ມາໂດຍອາບເຫື່ອຕ່າງນ້ຳ ຊອບທັມ ໄດ້ມາໂດຍທັມ (ບໍ່ແມ່ນຂີ້ໂກງ ສໍ້ລາດບັງຫຼວງ) ເອົາມາລ້ຽງດູ (1) ມານດາບິດາ (2) ບຸດພັນລະຍາ, ທາດ, ກຳມະກອນ ແລະຄົນໃຊ້ (3) ເພື່ອນຊາວນາແລະຄົນຮ່ວມງານ (4) ເທວະດາຜູ້ຮັບທຳພະລີກັມ (5) ສະມະນະພຣາມ (ຜູ້ມີສິນມີທັມອັນດີ)
ກະທູ້ທີ່ກ່ຽວຂ້ອງ :
#ໂຄຫົວໜ້າຝູງລອຍຄົດ ໂຄທັງໝົດກໍຍ່ອມລອຍຄົດໄປຕາມກັນ ຜູ້ເປັນໃຫຍ່ປະພຶດບໍ່ເປັນທັມປະຊາຊົນກໍປະພຶດບໍ່ເປັນທັມ
- ດູກ່ອນມະຫານາມະ ກຸນລະບຸດໃນໂລກນີ້ ຍ່ອມສັກກາລະ ເຄົາລົບ ນັບຖື ບູຊາມານດາບິດາ ດ້ວຍໂພຄະຊັບທີ່ໄດ້ມາ ດ້ວຍຄວາມດຸໝັ່ນ ຄວາມຂະຫຍັນ ສະສົ່ງຂຶ້ນດ້ວຍກຳລັງແຂນຂອງຕົນ ໄດ້ມາໂດຍອາບເຫື່ອຕ່າງນ້ຳ ຊອບທັມ ໄດ້ມາໂດຍທັມ ມານດາບິດາຜູ້ໄດ້ຮັບການສັກກາລະ ເຄົາລົບ ນັບຖື ບູຊາແລ້ວ ຍ່ອມອະນຸເຄາະກຸນລະບຸດນັ້ນດ້ວຍນ້ຳໃຈອັນງາມວ່າ ຂໍຈົ່ງມີຊິວິດຍືນນານ ມີອາຍຸຍືນນານ ກຸນລະບຸດຜູ້ອັນມານດາບິດາອະນຸເຄາະແລ້ວ ພຶ່ງຫວັງໄດ້ຮັບຄວາມຈະເລີນສ່ວນດຽວ ບໍ່ມີເສື່ອມ
- ອີກປະການໜຶ່ງ ກຸນລະບຸດຍ່ອມສັກກາລະ ເຄົາລົບ ນັບຖື ບູຊາ ບຸດ, ພັນລະຍາ, ທາດ, ກຳມະກອນ ແລະຄົນໃຊ້ ດ້ວຍໂພຄະຊັບທີ່ໄດ້ມາດ້ວຍຄວາມດຸໝັ່ນ ຂະຫຍັນ ສະສົ່ງຂຶ້ນດ້ວຍກຳລັງແຂນຂອງຕົນ ໄດ້ມາໂດຍອາບເຫື່ອຕ່າງນ້ຳ ຊອບທັມ ໄດ້ມາໂດຍທັມ ບຸດ, ພັນລະຍາ, ທາດ, ກຳມະກອນ ແລະຄົນໃຊ້ຜູ້ໄດ້ຮັບສັກກາລະ ເຄົາລົບ ນັບຖື ບູຊາແລ້ວ ຍ່ອມອະນຸເຄາະກຸນລະບຸດນັ້ນ ດ້ວຍນ້ຳໃຈອັນງາມວ່າ ຂໍຈົ່ງມີຊີວິດຍືນນານ ມີອາຍຸຍືນນານ ກຸນລະບຸດຜູ້ອັນບຸດ, ພັນລະຍາ, ທາດ, ກຳມະກອນ ແລະຄົນໃຊ້ ອະນຸເຄາະແລ້ວ ພຶ່ງຫວັງໄດ້ຮັບຄວາມຈະເລີນສ່ວນດຽວ ບໍ່ມີເສື່ອມ
- ອີກປະການໜຶ່ງ ກຸນລະບຸດຍອມສັກກາລະ ເຄົາລົບ ນັບຖື ບູຊາ ເພື່ອນຊາວນາແລະຄົນທີ່ຮ່ວມງານດ້ວຍໂພຄະຊັບທີ່ຫາມາໄດ້ດ້ວຍຄວາມດຸໝັ່ນ ຄວາມຂະຫຍັນ ສະສົມຂຶ້ນດ້ວຍກຳລັງແຂນຂອງຕົນ ໄດ້ມາໂດຍອາບເຫື່ອຕ່າງນ້ຳ ຊອບທັມ ໄດ້ມາໂດຍທັມ ເພື່ອຊາວນາແລະຄົນທີ່ຮ່ວມງານຜູ້ທີ່ຮັບສັກກາລະ ເຄົາລົບ ນັບຖື ບູຊາແລ້ວ ຍ່ອມອະນຸເຄາະກຸນລະບຸດນັ້ນ ດ້ວຍນ້ຳໃຈອັນງາມວ່າ ຂໍຈົ່ງມີຊີວິດຍືນນານ ມີອາຍຸຍືນນານ ກຸນລະບຸດຜູ້ອັນເພື່ອນຊາວນາແລະຄົນທີ່ຮ່ວມງານອະນຸເຄາະແລ້ວ ພຶ່ງຫວັງໄດ້ຮັບຄວາມຈະເລີນສ່ວນດຽວ ບໍ່ມີເສື່ອມ
- ອີກປະການໜຶ່ງ ກຸນລະບຸດຍ່ອມສັກກາລະ ເຄົາລົບ ນັບຖື ບູຊາ ເທວະດາຜູ້ຮັບພະລີກັມ ດ້ວຍໂພຄະຊັບທີ່ຫາມາໄດ້ດ້ວຍຄວາມດຸໝັ່ນ ຄວາມຂະຫຍັນ ສະສົມຂຶ້ນດ້ວຍກຳລັງແຂນຂອງຕົນ ໄດ້ມາໂດຍອາບເຫື່ອຕ່າງນ້ຳ ຊອບທັມ ໄດ້ມາໂດຍທັມ ເທວະດາຜູ້ຮັບທຳພະລີ ໄດ້ຮັບສັກກາລະ ເຄົາລົບ ນັບຖື ບູຊາແລ້ວ ຍ່ອມອະນຸເຄາະກຸນລະບຸດນັ້ນ ດ້ວຍນ້ຳໃຈອັນງາມວ່າ ຂໍຈົ່ງມີຊີວິດຍືນນານ ມີອາຍຸຍືນນານ ກຸນລະບຸດຜູ້ອັນເທວະດາອະນຸເຄາະແລ້ວ ພຶ່ງຫວັງໄດ້ຮັບຄວາມຈະເລີນສ່ວນດຽວ ບໍ່ມີເສື່ອມ
- ອີກປະການໜຶ່ງ ກຸນລະບຸດຍ່ອມສັກກາລະ ເຄົາລົບ ນັບຖື ບູຊາ ສະມະນະພຣາມດ້ວຍໂພຄະຊັບທີ່ຫາໄດ້ດ້ວຍຄວາມດຸໝັ່ນ ຄວາມຂະຫຍັນ ສະສົມຂຶ້ນດ້ວຍກຳລັງແຂນຂອງຕົນ ໄດ້ມາໂດຍອາບເຫື່ອຕ່າງນ້ຳ ຊອບທັມ ໄດ້ມາໂດຍທັມ ສະມະນະພຣາມຜູ້ໄດ້ຮັບສັກກາລະ ເຄົາລົບ ນັບຖື ບູນຊາແລ້ວ ຍ່ອມອະນຸເຄາະ ກຸນລະບຸດນັ້ນດ້ວຍນ້ຳໃຈອັນງາມວ່າ ຂໍຈົ່ງມີຊີວິດຍືນນານ ມີອາຍຸຍືນນານ ກຸນລະບຸດອັນສະມະນະພຣາມອະນຸເຄາະແລ້ວ ພຶ່ງຫວັງໄດ້ຮັບຄວາມຈະເລີນສ່ວນດຽວ ບໍ່ມີເສື່ອມ