#ດຳລັດວ່າດ້ວຍກົດຈະລາຈອນທາງບົກ ໜ້າ 42

11. ເກັບກໍາ, ສັງລວມ ສະຖິຕິອຸບປະຕິເຫດ ແລະ ປະລິມານການສັນຈອນຕາມທາງຫຼວງ ແລະ ຖະໜົນ ພາຍໃນ ແຂວງ, ນະຄອນຫຼວງ;

12. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານກົດຈະລາຈອນທາງບົກ ໃຫ້ກະຊວງ ປ້ອງກັນຄວາມສະຫົງບ, ອົງການປົກຄອງ ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;

13. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍາໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 153 ສິດ ແລະ ໜ້າທີ່ ຂອງຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານ, ນະຄອນ

ໃນການຄຸ້ມຄອງວຽກງານກົດຈະລາຈອນທາງບົກ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງປະຕິບັດລະບຽບການ, ນະໂຍບາຍ, ແຜນຍຸດທະສາດ ແລະ ແຜນດໍາເນີນງານ ກ່ຽວກັບ ວຽກງານກົດຈະລາຈອນທາງບົກ;

2. ໂຄສະນາເຜີຍແຜ່ລະບຽບການ, ນະໂຍບາຍ, ແຜນຍຸດທະສາດ ແລະ ແຜນດໍາເນີນງານ ກ່ຽວກັບ ວຽກງານກົດຈະລາຈອນທາງບົກ ພາຍໃນ ເມືອງ, ເທດສະບານ, ນະຄອນ;

3. ສຶກສາອົບຮົມ, ໂຄສະນາເຜີຍເເຜ່ ແລະ ປູກຈິດສໍານຶກ ໃຫ້ປະຊາຊົນ ກ່ຽວກັບກົດຈະລາຈອນທາງບົກ ໂດຍມີການປະສານສົມທົບກັບກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ, ເທດສະບານ, ນະຄອນ ແລະຫ້ອງການອື່ນ ທີ່ກ່ຽວຂ້ອງ;

4. ກວດສອບຄວາມປອດໄພຕາມ ທາງຫຼວງ ແລະ ຖະໜົນ ລວມທັງກວດກາ ແລະ ປົກປັກຮັກສາ ປ້າຍ, ສັນຍານ, ເຄື່ອງໝາຍ ຈະລາຈອນ ແລະ ສິ່ງປະກອບດ້ານຄວາມປອດໄພ, ຈຸດທີ່ມັກເກີດອຸບປະຕິເຫດ ຕາມທາງຫຼວງ ແລະ ຖະໜົນ;

5. ປະສານສົມທົບ ກັບກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ, ເທດສະບານ, ນະຄອນ ລົງກວດກາສະຖານທີ່ເກີດອຸບປະຕິເຫດທີ່ມີຄົນບາດເຈັບ ຫຼື ເສຍຊີວິດ;

6. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານກົດຈະລາຈອນທາງບົກ ໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ, ອົງການປົກຄອງ ເມືອງ, ເທດສະບານ, ນະຄອນ ຢ່າງເປັນປົກກະຕິ;

7. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍາໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 154 ສິດ ແລະ ໜ້າທີ່ ຂອງກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ, ເທດສະບານ, ນະຄອນ

ໃນການຄຸ້ມຄອງວຽກງານກົດຈະລາຈອນທາງບົກກອງ ບັນຊາການປ້ອງກັນຄວາມສະຫງົບເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ໜ້າທີ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງປະຕິບັດລະບຽບການ, ນະໂຍບາຍ, ແຜນຍຸດທະສາດ ແລະ ແຜນດໍາເນີນງານ ກ່ຽວກັບ ວຽກງານກົດຈະລາຈອນທາງບົກ;

2. ໂຄສະນາເຜີຍແຜ່ລະບຽບການ, ນະໂຍບາຍ, ແຜນຍຸດທະສາດ ແລະ ແຜນດໍາເນີນງານ ກ່ຽວກັບ ວຽກງານກົດຈະລາຈອນທາງບົກ ພາຍໃນເມືອງ, ເທດສະບານ, ນະຄອນ;

3. ກວດກາການຈະລາຈອນທາງບົກ ພາຍໃນເມືອງ, ເທດສະບານ, ນະຄອນ;

4. ກວດກາເອກະສານຂອງ ຍານພາຫະນະ ແລະ ຜູ້ຂັບຂີ່, ສຶກສາອົບຮົມ, ນໍາໃຊ້ມາດຕະການປັບໃໝ ຕໍ່ຜູ້ລະເມີດກົດຈະລາຈອນທາງບົກ;