#ດຳລັດວ່າດ້ວຍກົດຈະລາຈອນທາງບົກ ໜ້າ 27
3. ບໍ່ເກີນ ຫ້າສິບ ຊັງຕີແມັດ ສໍາລັບດ້ານຂ້າງ
4. ຄວາມສູງບໍ່ເກີນ ສີ່ ແມັດ ຫ້າສິບ ຊັງຕີແມັດ ຈາກໜ້າທາງສໍາລັບລົດຂົນສົ່ງຂະໜາດໃຫ່ຍ ແລະ ບໍ່ເກີນ ຫົກສິບ ຊັງຕີແມັດ ຈາກຫຼັງຄາລົດສໍາລັບລົດຂົນສົ່ງຂະໜາດນ້ອຍ.
ສໍາລັບສົ້ນຂອງສ່ວນທີ່ລື່ນອອກໄປດ້ານຂ້າງ ຖ້າເປັນເວລາຄໍ່າມືດ ຕ້ອງໄຕ້ດອກໄຟໃສ່. ໃນກໍລະນີບໍ່ມີ ດອກໄຟ ໃຫ້ຢຸດການສັນຈອນ ແລະ ຊອກຫາບ່ອນຈອດທີ ່ເໝາະສົມ ແລະ ຮັບປະກັນຄວາມປອດໄພ ໃນການສັນຈອນ ພ້ອມທັງໃສ່ທຸງສີແດງ ຂະໜາດ ຊາວ ຄູນ ຊາວ ຊັງຕີແມັດ ໃສ່ສ່ວນທີ່ເກີນອອກໄປ. ສໍາລັບ ສົ້ນຂອງສ່ວນທີ່ລື່ນອອກຈາກທາງດ້ານຫຼັງ ຕ້ອງໃສ່ເຄື່ອງໝາຍໃຫ້ເຫັນ ຢ່າງຊັດເຈນ.
ມາດຕາ 98 ການຂົນສົ່ງສິນຄ້າ ເກີນຂະໜາດນໍ້າໜັກ
ການຂົນສົ່ງສິນຄ້າທີ່ມີນໍ້າໜັກເກີນ ໃຫ້ປະຕິບັດ ດັ່ງນີ້:
1. ຂະໜາດຄວາມກວ້າງ ເກີນ ສອງ ແມັດ ຫ້າສິບ ຊັງຕິແມັດ ຫຼື ສອງ ແມັດ ຫົກສິບ ຊັງຕີແມັດ ສໍາລັບຕູ້ສິນຄ້າ ແລະ ຊິແຕັກ;
2. ຄວາມຍາວ ເກີນ ຊາວ ແມັດ ລວມທັງຫາງລາກ ໜຶ່ງ ຄັນ ຫຼື ສິນຄ້າທີ່ບັນທຸກ ເກີນໄປທາງຫຼັງ ເກີນ ສອງແມັດ ລວມທັງລົດພ່ວງທີ່ແກ່ພ່ວງແຕ່ ສອງ ຄັນ ຂຶ້ນໄປ ໃຫ້ປະຕິບັດຕາມຫຼັກການຂອງການຂົນສົ່ງພິເສດ;
3. ປະຕິບັດຕາມລະບຽບການ ກ່ຽວກັບການບັນທຸກນໍ້າໜັກເກີນ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງວາງອອກ.
ສ່ວນການຂົນສົ່ງສິນຄ້າ ທີ່ມີນໍ້າໜັກເກີນ ແລະ ບໍ່ສາມາດແຍກຊິ້ນສ່ວນອອກຈາກກັນໄດ້ ຕ້ອງ ຂໍອະນຸຍາດ ນໍາຂະແໜງການໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການອື່ນ ທີ່ກ່ຽວຂ້ອງ.
ສໍາລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ປະຕິບັດຕາມ ຂໍ້ຕົກລົງ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ມາດຕາ 99 ການຂົນສົ່ງສິນຄ້າດ້ວຍລົດທີ່ມີຄວາມຍາວເກີນ ເຈັດ ແມັດ
ລົດຂົນສົ່ງສິນຄ້າທີ່ມີຄວາມຍາວເກີນ ເຈັດ ແມັດ ທີ່ແລ່ນຕາມທາງຊຶ່ງມີ ສອງ ຊ່ອງຈະລາຈອນຢູ່ນອກ ເຂດຊຸມຊົນ ຕ້ອງຮັກສາໄລຍະຫ່າງຈາກລົດທີ່ແລ່ນຢູ່ທາງໜ້າພໍສົມຄວນ ເພື່ອໃຫ້ລົດທີ່ຊີງຂຶ້ນມາໄດ້ກັບເຂົ້າສູ່ ຊ່ອງຈະລາຈອນຂອງຕົນ ໄດ້ຢ່າງປອດໄພ ຍົກເວັ້ນໃນບ່ອນທີ່ມີປ້າຍຫ້າມຊີງ, ເວລາທີ່ມີການສັນຈອນແອອັດ ແລະ ແລ່ນເປັນຂະບວນ.
ໝວດທີ 3
ການໃຫ້ບູລິມະສິດຂອງລົດຂົນສົ່ງຜູ້ໂດຍສານປະຈໍາທາງ
ມາດຕາ 100 ການໃຫ້ບູລິມະສິດຂອງລົດຂົນສົ່ງຜູ້ໂດຍສານປະຈໍາທາງ
ຕາມຖະໜົນທີ່ມີຊ່ອງຈະລາຈອນສະເພາະ ສໍາລັບລົດຂົນສົ່ງຜູ້ໂດຍສານປະຈໍາທາງ ທີ່ມີປ້າຍສັນຍານ ແລະ ເຄື່ອງໝາຍທາງຕິດຕັ້ງໄວ້ນັ້ນ ຫ້າມຍານພາຫະນະອື່ນ ສັນຈອນ ຫຼື ຢຸດຢູ່ໃນຊ່ອງຈະລາຈອນ ດັ່ງກ່າວ ຍົກເວັ້ນ ລົດບັດຮັບສົ່ງນັກຮຽນ, ລົດຕູ້ໂດຍສານ ແລະ ລົດຕັກຊີ່.