#ດຳລັດວ່າດ້ວຍກົດຈະລາຈອນທາງບົກ ໜ້າ 24
ມາດຕາ 85 ໄຟເຍືອງປ້າຍທະບຽນລົດ
ໄຟເຍືອງປ້າຍທະບຽນລົດ ທີ່ຢູ່ດ້ານຫຼັງ ຕ້ອງມີແສງສະຫວ່າງເປັນສີຂາວ ແລະ ໃຊ້ເພື່ອເຍືອງປ້າຍ ທະບຽນລົດ ເວລາຂັບລົດໃນເວລາຄໍ່າມືດ ຫຼື ອາກາດມືດມົວ.
ມາດຕາ 86 ໄຟຕາເພີ່ມ
ໄຟຕາເພີ່ມ ປະກອບມີ ດັ່ງນີ້:
1. ໄຟຕັດໝອກ ມີແສງສະຫວ່າງເປັນສີເຫຼືອງ ໃຫ້ນໍາໃຊ້ສໍາລັບເຍືອງທາງ ໃນຍາມມີນໍ້າໝອກໜາ ຕົກໜັກ ຫຼື ມີອາກາດມືດມົວ;
2. ໄຟສະປອດໄລ ມີແສງສະຫວ່າງເປັນສີຂາວ, ເລົາແສງຈ້ອມກວ່າໄຟຕາໜ້າ ແລະ ອະນຸຍາດໃຫ້ນໍາໃຊ້ ສະເພາະໃນຍາມກາງຄືນ ຢູ່ຕາມທາງນ້ອຍເທົ່ານັ້ນ;
3. ໄຟແອວອີດີ (LED) ທີ່ປະກອບມານໍາລົດຈາກໂຮງງານຜະລິດ ໃຫ້ນໍາໃຊ້ໄດ້ບໍ່ເກີນສອງດວງ ໃນລະດັບຄວາມສູງບໍ່ເກີນ ໜຶ່ງ ແມັດ ສາມສິບຫ້າ ຊັງຕີແມັດ ແລະ ຕ່ຳສຸດບໍ່ຫຼຸດ ຊາວຫ້າ ຊັງຕີແມັດ ຈາກ ໜ້າທາງ, ໄລຍະຫ່າງຂອງໄຟແຕ່ລະດວງຈາກຂ້າງລົດແຕ່ລະດ້ານ ບໍ່ເກີນ ສີ່ສິບ ຊັງຕີແມັດ;
4. ໄຟເຄື່ອງໝາຍລົດລາກ, ລົດພ່ວງ ດ້ວຍດອກໄຟທີ່ຢູ່ເທິງຫຼັງຄາຫ້ອງຂັບຂີ່ຂອງລົດລາກ ແມ່ນ ເຄື່ອງໝາຍສະເພາະຂອງລົດລາກ ຊຶ່ງຕ້ອງໄຕ້ໃນຍາມກາງຄືນ, ມີອາກາດມືດມົວ ຫຼື ຈອດຊົ່ວຄາວ.
ມາດຕາ 87 ໄຟຕາຫຼັງ ຫຼື ໄຟຖອຍຫຼັງ
ໄຟຕາຫຼັງ ຫຼື ໄປຖອຍຫຼັງ ມີແສງສະຫວ່າງເປັນສີຂາວ ແລະ ນໍາໃຊ້ໃນເວລາຂັບລົດຖອຍຫຼັງ.
ມາດຕາ 88 ການນໍາໃຊ້ສັນຍານສຽງແກລົດ
ຜູ້ຂັບຂີ່ ຕ້ອງນໍາໃຊ້ສັນຍານສຽງແກໃນກໍລະນີ ດັ່ງນີ້:
1. ເຕືອນໃຫ້ຜູ້ຂັບຂີ່ອື່ນ ໃນເວລາຂໍຊີງຂຶ້ນໜ້າເມື່ອສັນຈອນຢູ່ນອກເຂດຊຸມຊົນ;
2. ໃນກໍລະນີມີຄວາມຈໍາເປັນ ເພື່ອຫຼີກເວັ້ນການເກີດອຸບປະຕິເຫດ.
ການເຕືອນດ້ວຍສຽງແກ ເພື່ອຂໍຊີງຂຶ້ນໜ້າ ໃຫ້ໃຊ້ສຽງສັ້ນ ຫຼື ການກະພິບໄຟຕາຕ່ຳຕາສູງສະຫຼັບກັນ ແລະ ບໍ່ອະນຸຍາດໃຫ້ໃຊ້ສັນຍານແກໃນເວລາຄໍ່າມືດ, ໃນເຂດສະຖານການສຶກສາ, ໂຮງໝໍ ແລະ ສັນຍານແກ ທີ່ມີຫຼາຍໂທນສຽງ. ສໍາລັບແກລົມ ແມ່ນບໍ່ອະນຸຍາດໃຫ້ນໍາໃຊ້.
ພາກທີ VI
ການຂົນສົ່ງ
ໝວດທີ 1
ການຂົນສົ່ງຜູ້ໂດຍສານ
ມາດຕາ 89 ຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ
ຜູ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ຕ້ອງມີໃບຂັບຂີ່ຍານພາຫະນະ ດັ່ງນີ້:
1. D ໃຫ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ປະເພດ ສີ ລໍ້ຂຶ້ນໄປ, ບໍ່ເກີນ ສິບຫ້າ ບ່ອນນັ່ງ;
2. D1 ໃຫ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ແຕ່ ສິບຫົກ ຫາ ສາມສິບຫ້າ ບ່ອນນັ່ງ;
3. D2 ໃຫ້ຂັບຂີ່ລົດຂົນສົ່ງຜູ້ໂດຍສານ ແຕ່ ສາມສິບຫົກ ບ່ອນນັ່ງຂຶ້ນໄປ.