#ຄວາມໝາຍໃຫ້ສ່ວນບຸນແລ້ວຮັບເອົາຊັບ (ໃຫ້ສ່ວນບຸນດ້ວຍສັດທາ ບູຊາຄຸນດ້ວຍສັດທາ)

ທີ່ຈິງແລ້ວ ບໍ່ໄດ້ເອີ້ນວ່າ ຊື້-ຂາຍບຸນ ແຕ່ຄື ຜູ້ໃຫ້ ໃຫ້ບຸນດ້ວຍສັດທາ ສ່ວນຜູ້ຮັບກໍໃຫ້ຊັບແກ່ຜູ້ໃຫ້ດ້ວຍສັດທາຄືກັນ ແລະ ກ່ອນໃຫ້ກໍບໍ່ຄວນຕັ້ງຈິດໄວ້ວ່າເປັນການຊື້-ຂາຍ ແຕ່ຄວນ ຕັ້ງຈິດໃຫ້ດີໃຈ ເລື່ອມໃສ ປື້ມໃຈ

แล้วไปสู่สำนักของเศรษฐี กล่าวว่า " นาย ขอท่านจงรับเอาส่วนบุญเถิด " เศรษฐี : ถ้ากระนั้น พ่อจงรับเอากหาปณะเหล่านี้ไป อันนภาระ : กระผมไม่ได้ขายบิณฑบาต กระผมให้ส่วนบุญแก่ท่านด้วยศรัทธา เศรษฐีกล่าวว่า " เจ้าให้ด้วยศรัทธา ถึงเราก็บูชาคุณของเจ้า ด้วยศรัทธา จงรับเอาไปเถิดพ่อ อนึ่ง จำเดิมแต่นี้ไป เจ้าอย่าได้ทำการงานด้วยมือของตน จงปลูกเรือนอยู่ริมถนนเถิด และจงถือเอาวัตถุทุกอย่างที่เจ้าต้องการ จากสำนักของฉัน "

ຖ້າເປັນການຊື້-ຂາຍບຸນຕ້ອງຫຼຸດລົງ ແຕ່ທຳມະຊາດຂອງບຸນ ຍິ່ງໃຫ້ຍິ່ງໄດ້ເພີ່ມ ຈຶ່ງບໍ່ເອີ້ນວ່າເປັນການຊື້-ຂາຍ ເພາະເອົາບຸນໃຫ້ກໍຄືການໃຫ້ທານ ເອົາຊັບໃຫ້ກໍຄືການໃຫ້ທານ ຍົກຕົວຢ່າງ

ທ້າວ (ກ) ໃຫ້ບຸນທ້າວ (ຂ) ແຕ່ທ້າວ (ຂ) ບໍ່ໄດ້ໃຫ້ຊັບແກ່ທ້າວ (ກ)

  • ກໍລະນີນີ້ ບຸນເກີດຈາກການທີ່ ທ້າວ (ກ) ໃຫ້ທານທ້າວ (ຂ) ເທົ່ານັ້ນ ສ່ວນ ທ້າວ (ຂ) ກໍໄດ້ຮັບແຕ່ສ່ວນບຸນຈາກທ້າວ (ກ) ເທົ່ານັ້ນ

ທ້າວ (ກ) ໃຫ້ບຸນທ້າວ (ຄ) ແລະທ້າວ (ຄ) ກໍໃຫ້ຊັບແກ່ທ້າວ (ກ)

  • ກໍລະນີ ບຸນເກີດຈາກການທີ່ທ້າວ (ກ) ໃຫ້ທານທ້າວ (ຄ) ແລະເກີດຈາກທີ່ທ້າວ (ຄ) ໃຫ້ທານທ້າວ (ກ)

ສະຫຼຸບຄວາມຕ່າງລະຫວ່າງສອງກໍລະນີ ຄື ທ້າວ (ຄ) ຈະໄດ້ບຸນໃນສ່ວນທີ່ໃຫ້ທານທ້າວ (ກ) ຖ້າ ທ້າວ (ຄ) ເປັນຜູ້ມີຄຸນນຳ ເຊັ່ນ ຖືພຣະຣັດຕະນະໄຕຢ່າງຖືກຕ້ອງແລະມີສິນ ບຸນກໍຈະອອກຫຼາຍຈາກຝ່າຍທ້າວ (ຄ) ນຳເພາະເປັນຜູ້ທີ່ຕັ້ງຢູ່ໃນຄຸນແລ້ວໃຫ້ ເອີ້ນວ່າ ບໍລິສຸດຝ່າຍຜູ້ໃຫ້ ສ່ວນທ້າວ (ຂ) ບໍ່ໄດ້ໃນສ່ວນນີ້ ເພາະບໍ່ໄດ້ໃຫ້.

ດັ່ງນັ້ນ ບຸນບໍ່ມີຊື້-ຂາຍ ມີແຕ່ໃຫ້ ບຸນລັກເອົາໄປບໍ່ໄດ້ ແຕ່ຖ້າຢາກໄດ້ ໃຫ້ອະນຸໂມທະນາເອົາ

ກະທູ້ທີ່ກ່ຽວຂ້ອງ :  #ໃຫ້ບຸນໄດ້ບຸນຫຼາຍຂຶ້ນບຸນບໍ່ໝົດ